Home
Language
English
Türkçe
Bahasa Indonesia
About
Privacy Policy
Terms of Service
Pricing
Sign In
Download All
Share
No One Know ~ ບໍ່ມີໃຜຮູ້
@peterrabbit85
ສື່ສັງຄົມທີ່ທ່ານໄວ້ໃຈ. ລາຍງານທຸກຂ່າວສານ, ເຫດການຮ້ອນ ແລະ ກະແສສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຢ່າງທັນເຫດການ 📰 | Managed by Mekong News
Lao People's Democratic Republ
Joined October 2025
3
Following
55
Followers
593
Posts
No One Know ~ ບໍ່ມີໃຜຮູ້
@peterrabbit85
about 9 hours ago
🔥🛑 ອັນຕະລາຍເດີພີ່ນ້ອງ❗️ເຫຼັກເສົາເຮືອນຊີ້ກະໂດຢູ່ແຄມທາງ ‼️ ——————————- ວັນທີ 29 ມິຖຸນາ 2026 ມີຄົນເອົາເສດດິນຈີ່, ສີມັງ ແລະ ເຫຼັກ ຈາກການທຸບມ້າງ ມາຖິ້ມເປັນກອງຢູ່ 4 ແຍກໄຟແດງບ້ານຫ້ວຍຫົງ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈຸດເບື���ອງມາແຕ່ຄໍາຮຸ່ງ, ມີທັງທ່ອນສີມັງເປັນເສົາທີ່ມີເຫຼັກຕັ້ງຢູ່ ເຊິ່ງສ່ຽງກໍ່ໃຫ້ເກີດອຸປະຕິເຫດຕໍ່ຜູ້ຂັບຂີ່ສຸດໆ ຄາດວ່າກອງເສດດິນຈີ່ດັ່ງກ່າວຖືກນຳມາຖີ້ມໃສ່ແຕ່ຄືນວັນທີ 28 ມິຖຸນາ 2026. 📍ຈຸດດັ່ງກ່າວ, ກ່ອນໜ້ານີ້ເປັນຂຸມເລິກ ຄາດວ່າຜູ້ມາຖິ້ມໃສ່ເພື່ອຖົມຂຸມ ແຕ່ຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄຳນຶງເຖິງຄວາມປອດໄພຂອງຜູ້ຂັບຂີ່ເປັນຫລັກ. #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
about 9 hours ago
🔴⚪️ ກິດຈະກຳໄລຍະພັກຮຽນ ✨ ສາມະເນນ ແລະ ເຍົາວະຊົນ ຍ່າງຈົງກົມທ��່ພູຫົວໂລ້ນ ໃນງານບຸນບັນພະຊາສາມະເນນ ແລະ ອົບຮົມ ສີຣະທັມໃຫ້ຊາວໜຸ່ມເຍົາວະຊົນໃນໄລຍະປິດສົກຮຽນ 2025-2026 ທີ່ວັດພູເງິນອະນຸໄຊຍະຣາມ ເມືອງອະນຸວົງ ແຂວງໄຊສົມບູນ. Cr: ເຂົ້າກົ້ນບາດກຣາບຟີກ
#NoOneKnowບໍ່ມີໃຜຮູ
້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
about 10 hours ago
🔥🛑 ຈັບໄດ້ແລ້ວ❗️ໂຈນປຸ້ນຮ້ານຄຳຢູ່ແກ້ງກອກ ເມືອງຈຳພອນ‼️ ———————————- ພັທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ ໃຫ້ຮູ້ວ່າ ໃນຄັ້ງວັນທີ 24 ມິຖຸນາ 2026 ເວລາ 7 ໂມງ ເຈົ້າໜ້າທີ່ ສືບສວນ - ສອບສວນ ປກສ ເມືອງ ອຸທຸມພອນ ໄດ້ຮັບລາຍງານຈາກ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 5 ວ່າ : ໄດ້ມີໄວລຸ້ນຂັບຂີ່ລົດຈັກແລ້ວເກີດອຸປະຕິເຫດລົ້ມເອງ, ຢູ່ຂອບເຂດເສັ້ນທາງເລກທີ 13 ໃຕ້ ບ້ານ ດົງໝາກແງວ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ, ເຮັດໃຫ້ນັກຂັບຂີ່ທັງ 2 ໄດ້ຮັບບາດເຈັບເລັກໜ້ອຍ, ໃນສະຖານທີ່ເກີດເຫດ ຍັງພົບເຫັນລູກປືນ AK ຈຳນວນ 104 ລູກ, ຢູ່ໃນເບາະລົດ. ຈາກນັ້ນ ກອງບັນຊາການ ປກສ ເມືອງ ອຸທຸມພອນ ຈິ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ສືບສວນ - ສອບສວນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ, ຈິ່ງຮູ້ໄດ້ວ່າ : ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350, ສີດໍາ ບໍ່ຕິດປ້າທະບຽນ ຊື່ທ້າວ ໂຊຫວຽດ ອາຍຸ 21 ປີ, ອາຊີບເຮັດນາ ເຊື້ອຊາດ ສັນຊາດ ລາວ ຢູ່ບ້ານ ໂຄກໃຫຍ່ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ, ຜູ້ຊອ້ນ ຊື່ທ້າວ ມອັດ ອາຍຸ 22 ປີ, ອາຊີບ ເຮັດນາ ເຊື້ອຊາດ ສັນຊາດ ລາວ ຢູ່ບ້ານ ໂຄກໃຫຍ່ ເມືອງ ອຸທ��ມພອນ ແຂວງ ສະຫວັນນະເຂດ. ຜ່ານການສອບສວນເອົາຄຳໃຫ້ການທ້າວ ໂຊຫວຽດ ແລະ ທ້າວ ມອັດ ພວກກ່ຽວໃຫ້ການຮັບສາລະພາບວ່າ : ໃນວັນທີ 23 ມິຖຸນາ 2026 ຢູ່ທີ່ຫ້ອງພັກແຫ່ງໜຶ່ງພວກກ່ຽວໄດ້ມີການມົ້ວສຸມດື່ມນຳ້ກະທ້ອມ, ເປີດຫ້ອງຕີ້ຄໍລະເຈ້ນ, ຈາກນັ້ນ ເວລາ 06 ໂມງເຊົ້າຂອງວັນທີ 24 ມິຖຸນາ 2026 ທ້າວ ຫວຽດໄດ້ຈຶ່ງໄດ້ຢືມລົດຈັກຂອງທ້າວ ບຸນມາ ອາຍຸ 22 ປີ, ອາຊີບ ເຮັດນາ ເຊື້ອຊາດ ສັນຊາດ ລາວ ເປັນຄົນຢູ່ບ້ານ ໂຄກໃຫຍ່ ເມືອງ ອຸທຸມພອນ, ແລ້ວໄດ້ຊວນເອົາທ້າວ ມອັດໄປນຳ ເພື່ອໄປເອົາເຄື່ອງ, ແຕ່ບໍ່ທັນໄປຮອດບ່ອນເອົາເຄື່ອງກໍ່ເກີດອຸປະຕິເຫດກ່ອນ, ຈາກນັ້ນເວລາ 16 ໂມງ, ຂອງວັນດຽວກັນ ເຈົ້າໜ້າທີ່ ສືບສວນ - ສອບສວນ ຈິ່ງໄດ້ສົມທົບກັບອໍານາດກ��ນປົກຄອງບ້ານ ໂຄກໃຫຍ່ ເຂົ້າກັກຕົວທ້າວ ບຸນມາ ມາດໍາເນີນ ການສືບສວນ - ສອບສວນ ຕາມກົດໝາຍ.ຜ່ານການສອບສວນເອົາຄຳໃຫ້ການທ້າວ ບຸນມາໃຫ້ການຮັບສາລະພາບວ່າ : ລູກປືນ AK ຈຳນວນ 104 ລູກ, ແມ່ນເປັນຂອງທ້າວ ສີສະໄໝ ຫຼື ຈິນ ອາຍຸ 35 ປີ, ອາຊີບ ເຮັດນາ ເຊື້ອຊາດ ສັນຊາດລາວ ຢູ່ບ້ານ ນານົກຂຽນ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ. ຜ່ານການສືບສວນ - ສອບສວນຮູ້ວ່າເປັນເປົ່າໝາຍທີມີສ່ວນຮ່ວມປຸ້ນຊັນຈິ່ງໄດ້ລາຍງານຫົວໜ້າ ກອງບັນຊ��ການ ປກສ ແຂວງສະຫວັນນະເຂດ ເພື່ອຂໍທິດຊີ້ນຳ, ຈາກນັ້ນ ທ່ານພັທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ ຈິ່ງໄດ້ຊີ້ນຳ, ແຕ່ງຕັ້ງວິຊາສະເພາະ, ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າກວດກາສະຖານທີ່ຈຸດພັກເຊົາຂອງທ້າວ ສີສະໄໝ ຫຼື ຈິນ, ນຳກຳລັງເຂົ້າກັກຕົວຜູ້ກ່ຽວ, ແຕ່ທ້າວ ສີສະໄໝ ຫຼື ຈິນໄດ້ນຳໃຊ້ອາວຸດປືນຕໍ່ສູ້, ຂັດຂືນຕໍ່ເຈົ້າໜ້າທີ່, ແລ້ວພະຍາຍາມເອົາຕົວຫຼົບໜີ, ຕໍ່ມາໃນເວລາ 00 ໂມງ 40 ນາທີ, ຂອງວັນທີ 25 ມິຖຸນາ 2026 ຈິ່ງສາມາດກັກຕົວທ້າວ ສີສະໄໝ ຫຼື ຈິນ ໄດ້ພ້ອມຍຶດເຄື່ອງຂອງກາງຄະດີໄດ້ມີ :ເຄື່ອງຂອງກາງ :ອາວຸດປືນ ຊະນິດປືນ AK ຈຳນວນ 01 ກະບອກ, ບັງປືນ AK ຈໍານວນ 01 ອັນ.ລູກປືນ AK ຈໍານວນ 263 ລູກ.ອາວຸດປືນສັ້ນ ຈຳນວນ 04 ກະບອກ.ລູກປືນສັ້ນຈຳນວນ 24 ລູກ. ມີເຄື່ອງຕິດຕົວ :ໂທລະສັບມືຖືຍີຫໍ້ໄອໂພນ 11 ສີຂາວ ຈຳນວນ 01 ໜ່ວຍ.ໂທລະສັບມືຖືຍີຫໍ້ ໄອໂພນ 13 ໂປແມັກ ຈ��ນວນ 01 ໜ່ວຍ.ລົດຈັກຍີຫໍ້ຮອນດ້າ ລຸ້ນ ຣີດ ສີປອນທອງ ຈຳນວນ 01 ຄັນ ( ບໍ່ຕິດປ້າຍທະບຽນ ).ຜ່ານການສືບສວນ - ສອບສວນ ທ້າວ ສີສະໄໝ ຫຼື ຈິນໃຫ້ການຮັບສາລະພາບວ່າ : ລູກປືນ AK ຈໍານວນ 104 ລູກ, ທີ່ພົບເຫັນຢູ່ໃນເບາະລົດຈັກ FORZA 350, ສີດໍາ ຂອງທ້າວ ບຸນມາແມ່ນເປັນຂອງຜູ້ກ່ຽວແທ້ຈິງ, ເຊິ່ງໄດ້ຕິດຕໍ່ຊື້ທາງເຟດບູກ, ເພື່ອເອົາມານຳໃຊ້ກໍ່ເຫດ ແລະ ໃຊ້ຕໍ່ສູ້ກັບເຈົ້າໜ້າທີ່ໃນເວລາເຄື່ອນໄຫວກໍ່ເຫດ, ຄ້າຂາຍຢາເສບຕິດ, ປະເພດຢາບ້າ ແລະ ຄໍລະເຈ້ນ ແລະ ຜ່ານມາໃນວັນທີ 15 ກຸມພາ 2025 ທ້າວ ສີສະໄໝ ຫຼື ຈິນພ້ອມດ້ວຍໝູ່ 01 ຄົນ, ໄດ້ກໍ່ເຫດນຳໃຊ້ອາວຸດປືນສັ້ນ ປຸ້ນຮ້ານຄຳ ຢູ່ຕະຫຼາດແກ້ງກອກ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ, ເຊິ່ງພວກກ່ຽວສາມາດປຸ້ນເອົາຄຳໄປໄດ້ຈຳນວນຫຼາຍ, ສ່ວນໝູ່ທີ່ຮ່ວມກໍ່ເຫດປະຈຸບັນແມ່ນໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ.ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ ສືບສວນ - ສອບສວນ ປກສ ເມືອງ ອຸທຸມພອນ ສາມາດກັກຕົວ ຜູ້ທີ່ມີສ່ວນພົວພັນໃນການກ���ທຳຜິດໄດ້ທັງໝົດ 04 ຄົນ ແລະ ຍັງສືບຕໍ່ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນ ໃນລາຍຄະດີດັ່ງກ່າວ ມາດຳເນີນຄະດີ ຕາມກົດໝາຍ. ນັກຂ່າວເມືອງອຸທຸມພອນ ພາບ-ຂ່າວ ເກດສະດາພອນ ສີທຳມະວັນ #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
about 11 hours ago
🔥⚠️ ມ່ວນແບບທີ່ໄດ້ໃຈຕົນເອງ ແຕ່ອາດສ້າງຜົນກະທົບຕໍ່ຜູ້ອື່ນ❗️ 📍ເຫດການນີ້ເກີດຂຶ້ນຢູ່ນະຄອນປາກເຊ ແຂວງຈຳປາສັກ 🇱🇦 ⚠️ ເຈົ້າໜ້າເອົາມາອັບຮົມແດ່ເດີ‼️ ທີ່ມາ: Bo Athone
#NoOneKnowບໍ່ມີໃຜຮູ້
peterrabbit85's tweet video.
No One Know ~ ບໍ່ມີໃຜຮູ້
@peterrabbit85
about 12 hours ago
🔥🛑 ປະຊາຊົນສ່ອງແສງ ໂຮງງານຜະລິດດິນບັອກແຫ່ງໜຶ່ງ ໃຊ້ເຄື່ອງຈັກຜະລິດດິນບັອກຈົນຮອດຄໍ່າ ເຊິ່ງຖືກຕອນພັກຜ່ອນ ຍາມຫລັບຍາມນອນ ໂດຍສະເພາະສົ່ງສຽງລົບກວນປະຊາຊົນບໍລິເວນໃກ້ຄຽງ. ປະຊາຊົນກ່າວວ່າ: ຖ້າເຄື່ອງຈັກອັດບັອກບໍ່ດັງລົບກວນບໍ່ວ່າຫຍັງ ຊິເຮັດໝົດມື້ໝົດຄືນກໍເຮັດໂລດ ແຕ່ອັນນີ້ ສຽງດັງລົບກວນຈົນນອນບໍ່ໄດ້. 🔥⚠️ ວອນພາກສ່ວນກ່ຽວຂ້ອງຊ່ວຍແກ້ໄຂແດ່ເດີ❗️ Cr. ໄອລິນ ແສງດາລາ #NoOneKnowບໍ່ມີໃຜຮູ້
See More
peterrabbit85's tweet video.
No One Know ~ ບໍ່ມີໃຜຮູ້
@peterrabbit85
about 12 hours ago
🔥🛑 ແຂວງເຊກອງ 🇱🇦 ກວາດລ້າງກຸ່ມແກ້ງສະແກມເມີ ໄດ້ 101 ຄົນ ລວມມີ 3 ສັນຊາດ❗️ ————————————- ໃນວັນທີ 22 ມິຖຸນາ 2026, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງເຊກອງ ສົມທົບກັບກອງບັນຊາການທະຫານແຂວງ ແລະ ອົງການໄອຍະການປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າກວດກາເປົ້າໝາຍຄົນຕ່��ງປະເທດ ທີ່ເຂົ້າມາເຊົ່າຫ້ອງແຖວຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງໂທລະຄົມ ແລະ ການສື່ສານ (ສະແກມເມີ). ເຊີ່ງການປະຕິບັດງານຄັ້ງນີ້, ເກີດຂຶ້ນຈາກການປະສານງານແບບບູລະນາການ ໂດຍມີເຈົ້າໜ້າທີ່ວຽກງານວິຊາສະເພາະສືບສວນ-ສອບສວນ ເຮັດໜ້າທີ່ຕິດຕາມການເຄື່ອນໄຫວທາງໄຊເບີ, ວິເຄາະສັນຍານ, ແລະ ກວດກາຄົນເຂົ້າເມືອງມາພັກເຊົາພາຍໃນແຂວງເຊກອງ ຢ່າງເປັນປົກກະຕິ, ລວມເຖິງການໄດ້ຮັບຂໍ້ມູນສໍາຄັນຈາກປະຊາຊົນໃນເຂດເປົ້າໝາຍທີ່ເປັນຫູເປັນຕາໃຫ້ເຈົ້າໜ້າທີ່. ພາຍຫຼັງການຕິດຕາມມາໄດ້ໄລຍະໜຶ່ງ, ກໍາລັງເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ບຸກເຂົ້າກວດຄົ້ນເຮືອນພັກເຊົາໃນເທດສະບານ, ຕົວເມືອງ ເຊິ່ງກຸ່ມດັ່ງກ່າວໄດ້ໃຊ້ເປັນສະຖານທີ່ໃນການກໍ່ເຫດ; ເຊີ່ງໄດ້ເຄືອນໄຫວກວາດລ້າງຢູ່ 9 ຈຸດ ຄື: ເຂດບ້ານເພຍໃຫ່ມ, ບ້ານໂນມີໄຊ, ບ້ານໂພນ, ບ້ານໂພໄຊ, ເມືອງລະມາມ ແລະ ບ້ານທ່າແຕງເໜືອ, ເມືອງທ່າແຕງ, ແຂວງເຊກອງ ເຊີ່ງພົບເຫັນເປົ້າໝາຍກຸ້ມແກ້ງສະແກມເມີ ທີ່ເປັນຄົນຕ່າງປະເທດ ທັງໝົດ ຈຳນວນ 101 ຄົນ ຍິງ 6 ຄົນ; ໃນນີ້ມີ 3 ສັນຊາດ ຄື: ສັນຊາດຈີນ 🇨🇳 ມີ 90 ຄົນ ຍິງ 2 ຄົນ, ຍີ່ປຸ່ນ 🇯🇵 7 ຄົນ ແລະ ກຳປູເຈຍ 🇰🇭 4 ຄົ�� ຍິງ 4 ຄົນ; ໄດ້ເເບ່ງເປັນ 2 ກຸ່ມ ຄື: ໃນນີ້ ໄດ້ແບ່ງກຸ່ມສະແກມເມີ ແລະ ກຸ່ມຄົນປະເທດທີ່ລັກລອບເຂົ້າ-ເມືອງຜິດກົດໝາຍ ພ້ອມທັງຢືດຂອງກາງໄດ້ຈຳນວນໜື່ງ. ໃນນີ້ ກຸ່ມແກ້ງສະແກມເມີ ມີທັງໝົດ 63 ຄົນ ຍິງ 6 ຄົນ ລວມມີ 2 ສັນຊາດ: ຈີນ ມີ 59 ຄົນ ຍິງ 2 ຄົນ, ກຳປູເຈຍມີ 4 ຄົນ ຍີງ 4 ຄົນ; ສາມາດຢຶດຂອງກາງໄດ້ປະກອບມີ: ຄອມພິວເຕີ 9 ໜ່ວຍ, ບັດ ATM 43 ບັດ, ປືນສັ້ນ 01 ກະບອກ, ໂທລະສັບມືຖື 1.331 ໜ່ວຍ, ເງິນກີບ 62.000.000ກີບ, ເງິນໂດລາ 4.011 ໂດລາ, ເງິນ ກຳປູເຈຍ 353.600 ລຽວ, ຢາບ້າ 2 ເມັດ, ອຸປະກອນການເສບ 1 ຊຸດ, ແປ້ງຜົງຄ້າຍຄືຜົງເຄ 8 ຖົງ ແລະ ອື່ນໆອີກຫຼາຍລາຍການ ເຊີ່ງເຄື່ອນໄຫວໃນການກະທຳຜິດ; ກຸ່ມຄົນຕ່າງປະເທດທີ່ລັກລອບເຂົ້າ-ເມືອງຜິດກົດໝາຍ ມີຈຳນວນທັງໝົດ 38 ຄົນ, ລວມມີ 2 ສັນຊາດຄື: ຈີນ 31 ຄົນ, ຍີ່ປຸ່ນ 7 ຄົນ ມີເຄື່ອງຕິດຕົວຄື: ໂທລະສັບ 41 ໜ່ວຍ, ໄອແພັດ 01 ໜ່ວຍ, ເຄື່ອງບັດ ATM 20 ບັດ, ບັດປະຈຳຕົວ 08 ບັດ, ເງິນກີບ 18.749.000 ກີບ, ເງິນດົ້ງ 670,000 ດົ້ງ, ເງິນໂດລາ 195 ໂດລາ, ສາຍຄໍຄ້າຍຄືເງິນ 01 ເສັ້ນ, ສາຍແຂນລູກປັດ 01 ເສັ້ນ. ✅ ປັດຈຸບັນ, ເຈົ້າໜ້າທີ່ກ��ຽວຂ້ອງກຳລັງສືບຕໍ່ດຳເນີນການສືບສວນ-ສອບສວນ ຜູ້ຕ້ອງຫາທັງໝົດຢ່າງລະອຽດຈະແຈ້ງ, ພ້ອມທັງຂະຫຍາຍຜົນເກັບກຳຂໍ້ມູນ ເຈົ້າຂອງສະຖານທີ່ ທີ່ອຳນວຍຄວາມສະດວກໃຫ້ແກ່ກຸ່ມແກ້ງດັ່ງກ່າວ ເພື່ອນຳຕົວມາສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ; ພ້ອມນັ້ນ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທົ່ວປ່ວງຊົນເວົ້າລວມ, ເວົ້າສະເພາະແຂວງເຊກອງ ຈົ່ງພ້ອມກັນເອົາໃຈໃສ່ເປັນຮູເປັນຕາໃຫ້ທາງເຈົ້າໜ້າທີ່ເພື່ອສ��ດວກໃນການກວາດລ້າງໄພຕໍ່ສັງຄົມ. ຂ່າວ : ປກສ ແຂວງເຊກອງ #NoOneKnowບໍ່ມີໃຜຮູ້ #ສະແກມເມີ
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
about 12 hours ago
🔥🛑 ແຂວງຄໍາມ່ວນ ສົ່ງແກ້ງສະແກມເມີ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 100 ກວ່າຄົນ❗️ ———————————- ໃນວັນທີ 26 ມິຖຸນາ 2026 ພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ຮ່ວມກັບ ພະແນກຕຳຫຼວດເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຄໍາມ່ວນໄດ້ນໍາສົ່ງແກ້ງສະແກມເມີ ຈໍານວນ 115 ຄົນ, ຍິງ 7 ຄົນ. ໃນນີ້ ມີສັນຊາດຈີນ 🇨🇳 104 ຄົນ,ຍິງ 3 ຄົນ, ສັນຊາດມຽນມ້າ 🇲🇲 7 ຄົນ,ຍິງ 3 ຄົນ, ສັນຊາດເອທິໂອເປຍ 🇪🇹 3 ຄົນ ແລະ ສັນຊາດຢູເຄນ 🇺🇦 1 ຄົນ, ຍິງ 1 ຄົນ ພ້ອມເຄື່ອງຂອງກາງມີ ຄອມພີວເຕີ ຕັ້ງໂຕະ ຈໍານວນ 137 ຫນ່ວຍ, ຄອມພີວເຕີໂນດບຸກ 4 ຫນ່ວຍ, ໂທລະ ສັບມືຖື 757 ຫນ່ວຍ ແລະ ເຄື່ອງປີ່ນເຕີ 2 ເຄື່ອງ. ພວກຖືກຫາດັ່ງກ່າວແມ່ນຖືກກັກຕົວໃນວັນທີ 20 ມີຖຸນາ 2026, ຢູ່ທີ່ຮ້ານຄາຣາໂອເກະ KTV ຊຽວຕົງບູ ຕັ້ງຢູ່ບ້ານນາຄຳ, ເມືອງໜອງບົກ, ແຂວງຄຳມ່ວນ ສ��ມາດຈັບຕົວເປົ້າໝາຍໄດ້ 65 ຄົນ ມີສັນຊາດຈີນ ຈຳນວນ 54 ຄົນ, ສັນຊາດມຽນມາ ຈຳນວນ 7 ຄົນ, ຍິງ 3 ຄົນ, ສັນ ຊາດເອທິໂອເປຍ ຈຳນວນ 3 ຄົນ ແລະ ສັນຊາດຢູເຄຣນ ຈຳນວນ 1 ຄົນ, ຍິງ 1 ຄົນ. ພ້ອມດ້ວຍຂອງກາງປະເພດ ຄອມພິວເຕີ້ຕັ້ງໂຕະ 65 ໜ່ວຍ , ຄອມພິວເຕີ້ໂນດບຸກ 4 ໜ່ວຍ , ໂທລະສັບມືຖື 420 ໜ່ວຍ ແລະ ໃນວັນທີ 23 ມິຖຸນາ 2026 ຢູ່ທີ່ຣີສອດ ໂອເຟັນວີວ ເຂດບ້ານຖ້ຳ ເມືອງທ່າແຂກ ແຂວງຄຳມ່ວນ ສາມາດກັກຕົວເປົ້າໝາຍໄດ້ ທັງໝົດຈຳນວນ 50 ຄົນ, ຍິງ 3 ຄົນ. ເຊີງເປັນສັນຊາດຈີນທັງໝົດ ພ້ອມທັງຢືດຂອງກາງປະເພດຄອມພີວເຕີຕັ້ງໂຕະໄດ້ 72 ໜ່ວຍ,ປີ້ນເຕີ 02 ເຄື່ອງ ແລະ ໂທລະສັບມືຖືຈຳນວນ 337 ເຄື່ອງ. ມາມອບໃຫ້ ກົມຕໍາຫລວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫົງບ ເພື່ອນໍາຕົວພວກກ່ຽວໄປດໍາເນີນຄະດີຕາມລະບຽບກົດຫມາຍແຫ່ງ ສ ປປ ລາວ. ⚠️ ກຸ່ມແກ້ງສະແກມເມີດັ່ງກ່າວ ມີການເຄື່ອນໄຫວ ແລະ ລະເມີດຕໍ່ລະບຽບກົດຫມາຍ ວ່າດ້າຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະ���ທດ ຢູ່ ສ ປປ ລາວ,ດໍາເນີນທຸລະກິດ,ປະກອບອາຊີບໂດຍບໍ່ໄດ້ຮັບອານຸຍາດ ແລະ ລັກລີ້ຊອນຢູ່ ສ ປປ ລາວ ນອກຈາກນັ້ນ,ຍັງເຄື່ອນໄຫວກໍ່ອາດສະຍາກໍາໂດຍການສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຢູ່ ສ ປປ ລາວ. ຂ່າວ ປກສ ແຂວງຄໍາມ່ວນ #NoOneKnowບໍ່ມີໃຜຮູ້ #ສະແກມເມີ
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
2 days ago
🔥🛑 ໄຟໄໝ້ລົດບັນທຸກ ຂົນໝາກອາໂວຄາໂດ ເສຍຫາຍໝົດຄັນ ‼️ ———————————- ວັນທີ 27 ມິຖຸນາ 2026 ເກີດເຫດລົດບັນທຸກຂົນໝາກອາໂວຄາໂດ ເສຍຫລັກປີ້ນ ແລ້ວເກີດໄຟລຸກ ໄໝ້ ເສຍຫາຍໝົດຄັນ ຢູ່ເຂດບ້ານເຫລົ່າຄາ ເມືອງຫີນບູນ ແຂວງຄຳມ່ວນ ໂຊເຟີລົດໜີອອກໄດ້ທັນ ປອດໄພ. ທີ່ມາ: ແຂກ ຈັນທະວົງສາ
#NoOneKnowບໍ່ມີໃຜຮູ້
#ອຸບັດຕິເຫດ
See More
peterrabbit85's tweet video.
No One Know ~ ບໍ່ມີໃຜຮູ້
@peterrabbit85
2 days ago
🔥🛑💦 ເດັກນ້ອຍຈົມນ້ຳ ໂຊກ��ີຊ່ວຍປໍ້າຫົວໃຈໄດ້ທັນ❗️ —————————————- ໃນເວລາ 18:07 ວັນທີ 27/06/26 ມີເດັກນ້ອຍ ຕົກນ້ຳ ຫນອງ ບ້ານບໍ່ເຫລັກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ພາຍຫລັງກູ້ໄພອອກກວດສອບເຫດ ພົບຜູ້ປະສົບເຫດ 1 ຄົນ ເພດຊາຍ ເດັກນ້ອຍ ປາກຊີດສົບກຳ ຫມົດສະຕິ ຈຶ່ງທຳການປ້ຳຫົວໃຈ ແລະຜູ້ກຽວໄດ້ຕອບສະຫນອງຄືນ ຈຶ່ງໄດ້ນຳສົ່ງໂຮງຫມໍ ໃກ້ຄຽງ ແລະ ສົ່ງຕໍ່ມາໂຮງຫມໍ ມິດຕະພາບ ເດັກ ປະຈຸບັນເດັກປອດໄພແລະນອນຮັກສາຢູ່ໂຮງຫມໍ. Cr. ໜ່ວຍກູ້ໄພອ��ສາເພື່ອປະຊາຊົນ #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
2 days ago
🔥🌪️🛑 ພາຍຸພັດຖະຫລົ່ມພື້ນທີ່ລາດສະບັງຢູ່ກຸງເທບຂອງໄ�� 🇹🇭 ໃນຕອນແລງວັນທີ 26 ມິຖຸນາ 2026 ເຮັດໃຫ້ເສົາໄຟຟ້າຫັກຫລາຍກວ່າ 40 ຕົ້ນ ແລະ ເຮືອນຫລາຍຫລັງໄດ້ຮັບຄວາມເສຍຫາຍ❗️ ภาพ : ฉัฐพัชร์ สุวรรณยุหะ ช่างภาพข่าว สำนักข่าวไทยพีบีเอส
#NoOneKnowບໍ່ມີໃຜຮູ
້
No One Know ~ ບໍ່ມີໃຜຮູ້
@peterrabbit85
3 days ago
🛑✅ ຫຼັງຈາກແມ່ຕູ້ ລອຍ ມະນີວົງ ອັດຄລິບປະຈານອອກເຟສບຸກ❗️ຫຼ້າສຸດກອງຂີ້ເຫຍື້ຢູ່ບ້ານໜອງແຫ້ວ ໄດ້ຮັບການແກ້ໄຂແລ້ວ‼️ ———————————— ຈາກສະພາບເຫດການທີ່ເປັນກະແສຢ່າງຮ້ອນແຮງໄປທົ່ວສັງຄົມທາງສື່ອອນລາຍ ທີ່ໄດ້ໂພສຜ່ານເຟສບຸກ ໃນວັນທີ 18 ມິຖຸນາ 2026 ຜ່ານມາ ວ່າ ໄດ້ມີປະຊາຊົນຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ອອກມາຖ່າຍອັດຄຼິບໂພສລົງ ສື່ສັງຄົມອອນລາຍທາງເຟດສບຸກ ຕໍ່ກັບປະເດັນບັນຫາຂີ້ເຫຍື້ອ ໂດຍເນື້ອໃນໄດ້ລະບຸວ່າ ໄດ້ມີບຸກຄົນທີ່ບໍ່ຮູ້ຈັກໄດ້ລັກລອບຂົນເອົາຂີ້ເຫຍື້ອມາຖິ້ມໃສ່ດິນເປົ່າຫວ່າງຢູ່ບ້ານໜອງແຫ້ວ ເຊີ່ງຕິດກັບເຂດບ້ານເຮືອນທີ່ຜູ້ໂພສຄຼິບ ອາໃສຢູ່ ຕາມການບອກຂອງຜູ້ໂພສວ່າ ຂີ້ເຫຍືອດັ່ງກ່າວແມ່ນໄດ້ຖືກຖີ້ມປະໄວ້ມາເປັນໄລຍະເວລາ 1 ເດືອນແລ້ວ ແລະ ກໍ່ໄດ້ສົ່ງຜົນກະທົບຕໍ່ສີ່ງແວດລ້ອມ ໂດຍສະເພາະໄດ້ສົ່ງກິ່ນລົບກວນ ຈົນເຮັດໃຫ້ຜູ້ທີ່ອາໃສຢູ່ເຂດໃກ້ຄຽງນັ້ນ ທົນຕໍ່ກິ່ນບໍ່ໄຫວ ຈື່ງໄດ້ອອກມາຖ່າຍອັດຄຼິບ ແລ້ວໂພສລົງເຟສບຸກທາງສື່ອອນລາຍ ແລະ ຈື່ງເຮັດໃຫ້ກາຍເປັນປະເດັນກະແສຮ້ອນແຮງໃນສື່ສັງຄົມອອນລາຍ ແລະ ເກີດມີການຕໍານິວິຈານຂອງສັງຄົມໄປໃນທາງລົບຕ່າງໆນາໆໄປທົ���ວ. ຕໍ່ກັບສະພາບເຫດການທີ່ເກີດຂຶ້ນ ທາງກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບກົມສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງຫາດຊາຍຟອງ, ຫ້ອງການ ຄບຕ, ຫ້ອງວ່າການປົກຄອງເມືອງຫາດຊາຍາຍຟອງ ແລະ ອຳນາດການປົກຄອງບ້ານໜອງແຫ້ວ ໄດ້ພ້ອມກັນ ລົງຕິດຕາມກວດກາແກ້ໄຂບັນຫາ ຂີ້ເຫຍື້ອດັ່ງກ່າວ ຢ່າງຫີບດ່ວນ ເພື່ອແກ້ໄຂບັນຫາການລັກຖິ້ມຂີເຫຍື້ອດັ່ງກ່າວ. ເພື່ອແກ້ໄຂບັນຫາຫາສຽງຂອງສັງຄົມ ທີ່ໄດ້ມີການຕຳນິວິຈານໄປທົ່ວສັງຄົມ. ສະນັ້ນ, ຄະນະກຳມະການຈຶ່ງໄດ້ ມອບໃຫ້ອົງການປົກຄອງເມືອງ ຫາດຊາຍຟອງ ປະສານນຳບໍລິສັດ ໂຣເຫຼັກ ເພື່ອມາເກັບເອົາຂີ້ເຫຍື້ອໄປຖິ້ມຢູ່ສະໜາມຂີ້ເຫຍື້ອ ຫຼັກ 32 ສຳເລັດພາຍໃນວັນດັ່ງກ່າວ, ພ້ອມດ້ຽວກັນນັ້ນກໍ່ໄດ້ມອບໃຫ້ເຈົ້າຂອງທີ່ດິນເອົາລົດດຸດ ມາດຸດພື້ນທີ່ດິນ ໃຫ້ຮາບພຽງແລ້ວແປງຮົ້ວອ້ອມ ພື້ນທີ່ດິນຕອນດັ່ງກ່າວໃຫ້ສຳເລັດໂດຍໄວ. ສຳຫຼັບ ຜູ້ທີ່ກະທຳຜິດທີ່ລັກເອົາຂີ້ເຫຍື້ອຖິ້ມ ປະຈຸບັນແມ່ນຍັງບໍ່ທັນຮູ້ ບຸກຄົນທີ່ເອົາຖິ້ມເທື່ອ ຈຶ່ງໄດ້ມອບໃຫ້ ປກສ ກຸ່ມ ສົມທົບກັບອົງການປົກຄອງເມືອງ ແລະ ບ້ານ ສືບຕໍ່ຕິດຕາມ ຊອກຜູ້ກະທຳຜິດມາໃຫ້ໄດ້ ຖ້າຫາກຊອກຜູ້ກະທຳຜິດໄດ້ ຈະໄດ້ປະຕິບັດມາດຕາການປັບໃໝ ຕາມລະບຽບກົດໝາຍຢ່າງເຂັ້ມງວດ. ສໍາລັບມາດຕະການຕໍ່ກັບຜູ້ທີ່���ະເມີດ ລັກລອບຖີ້ມຂີ້ເຫຍື້ອຊະຊາຍ ຈະໄດ້ປັບໃໝລົງໂທດ ຕາມລະບຽບກົດໝາຍຢ່າງເຂັ້ມງວດເປັນຕົ້ນ: ມາດຕາ 39 ມາດຕະການການປັບໃໝ ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ສະບັບເລກທີ 1083/ຈນວ ລົງວັນທີ 2.10.2025. ທີ່ມາ: ໂທລະພາບນະຄອນຫຼວງ #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
3 days ago
🔥🛑 ແຜ່ນດິນໄຫວຮຸນແຮງ 2 ຄັ້ງຊ້ອນ ທີ່ເວເນຊູເອລາ 🇻🇪 ເສຍຊີວິດແລ້ວ 235 ຄົນ ‼️ ————————————— 📊 ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງ 2 ຄັ້ງຕິດຕໍ່ກັນ ທີ່ປະເທດເວເນຊູເອລາ ເມື່ອວັນພຸດທີ 25 ມິຖູນາ 2026 ຜ່ານມາ ໄດ້ເພີ່ມຂຶ້ນເປັນ 235 ຄົນແລ້ວ ແລະ ມີຜູ້��າດເຈັບຫລາຍກວ່າ 4,300 ຄົນ. ຂະນະທີ່ທາງການໄດ້ປະກາດສະຖານະການສຸກເສີນທົ່ວປະເທດ ເພື່ອເລັ່ງກູ້ໄພຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນ. ທ່ານ ກາລັອດສ໌ ອັນວາຣາໂດ (Carlos Alvarado) ລັດຖະມົນຕີກະຊວງສາທາລະນະສຸກຂອງເວເນຊູເອລາ ໄດ້ເປີດເຜີຍຜ່ານສະຖານີໂທລະພາບຂອງລັດ ເມື່ອຕອນແລງວັນພະຫັດຜ່ານ ມາວ່າ ຕົວເລກຜູ້ປະສົບໄພຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຂະນະດຽວກັນ ດ້ານສຳນັກງານສຳຫລວດທາງທໍລະນີວິທະຍາແຫ່ງສະຫະລັດອາເມຣິກາ (USGS) ໄດ້ປະເມີນສະຖານະການວ່າ ຈຳນວນຜູ້ເສຍຊີວິດອາດເພີ່ມຂຶ້ນເປັນຫລາຍພັນຄົນ ແລະ ມີຄວາມເປັນໄປໄດ້ສູງທີ່ຈະທະລຸ 10,000 ຄົນ ເນື່ອງຈາກຍັງມີຜູ້ສູນຫາຍຈຳນວນຫລາຍ ແລະ ພື້ນທີ່ປະສົບໄພອີກຫລາຍແຫ່ງຍັງຖືກຕັດຂາດ ເຮັດໃຫ້ໜ່ວຍກູ້ໄພເຂົ້າເຖິງໄດ້ຍາກ. ✅ ປັດຈຸບັນ, ເວເນຊູເອລາ ໄດ້ປະກາດສະຖານະການສຸກເສີນທົ່ວປະເທດ ພ້ອມທັງອອກຄຳສັ່ງປິດສະໜາມບິນໃນນະຄອນຫຼວງກາຣາກັສ, ໂຈະການໃຫ້ບໍລິການລົດໄຟ ແລະ ປິດໂຮງຮຽນຫລາຍວັນ ເພື່ອອຳນວຍຄວາມສະດວກໃຫ��ແກ່ການປະຕິບັດງານຂອງທີມກູ້ໄພ ແລະ ເບິ່ງແຍງຄວາມປອດໄພຂອງປະຊາຊົນຂັ້ນສູງສຸດ. #NoOneKnowບໍ່ມີໃຜຮູ້ #ແຜ່ນດິນໄຫວ
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
3 days ago
🔥🛑⚡️ເສົາໄຟຟ້າລົ້ມ���າວ 2 ກິໂລແມັດ ແລະ ທັບລົດຍົນເສຍຫາຍຫຼາຍກວ່າ 30 ຄັນ ຢູ່ກຸງເທບຂອງໄທ 🇹🇭 ຍ້ອນ���າຍຸຝົນພັດຜ່ານ🌪️‼️ ——————————— ✅ ເຫດການດັ່ງກ່າວເກີດຂຶ້ນຢູ່ເຂດຖະຫນົນສະຫຼອງກຸງໃນກຸງເທບຂອງໄທ ໃນເວລາ 18 ໂມງ 00 ຂອງວັນທີ 26 ມິຖຸນານີ້. 🔥 ລາຍງານເບື້ອງຕົ້ນບໍ່ມີຜູ້ເສຍຊີວິດ, ແຕ່ມີຜູ້ໄດ້ຮັບບາດເຈັບຫຼາຍຄົນ ແລະ ເຮືອນປະຊາຊົນເສຍຫາຍຈຳນວນຫຼາຍ. ທີ່ມາ: Thai PBS #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
3 days ago
✨🎉🇨🇳 ມາເຂົ້າຄຳວ່າ: “ໂອກາດຈາກຈີນ 2.0” ສູ່ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ‼️ ———————————- ✅ ເວທີປຶກສາຫາລືເສດຖະກິດດາວົສລະດູຮ້ອນໃນປີນີ້ແຕກຕ່າງຈາກຜ່ານມາຄືແນວໃດ? ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຄໍາສັບສໍາຄັນ ແລະ ຈີນຄືສະຖານທີ່��ຫ່ງການ ປະຕິບັດຕົວຈິງດີທີ່ສຸດສໍາລັບ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່”. ລະຫວ່າງວັນທີ 23-25 ມິຖຸນານີ້, ແຂກຮັບເຊີນຫຼາຍ ກວ່າ 1.700 ທ່ານທີ່ມາຈາກ 90 ກວ່າປະເທດ ແລະ ເຂດແຄວ້ນໄດ້ເຕົ້າໂຮມກັນຢູ່ນະຄອນຕ້າຫຼຽນແຂວງຫຼຽວໜິງຂອງຈີນ ໂດຍໄດ້ປຶກສາຫາລືກ່ຽວກັບຫົວຂໍ້ດັ່ງກ່າວຢູ່ເວທີປຶກສາຫາລືເສດຖະກິດດາວົສລະດູຮ້ອນປີ 2026 ເພື່ອຮ່ວມກັນວາງແຜນວາດໃໝ່ແຫ່ງການຮ່ວມມືດ້ານນະວັດຕະກໍາວິທະຍາສາດເຕັກໂນໂລຊີທົ່ວໂ��ກ. ✅ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ເນັ້ນໜັກເຖິງການຊຸກຍູ້ການປະຍຸກໃຊ້ເຕັກໂນໂລຊີໃໝ່ຢ່າງເປັນຂະໜາດໃຫຍ່ ຖືເປັນສິ່ງຄໍ້າປະກັນສໍາຄັນແຫ່ງການລົງເລິກຄຸນຄ່າຂອງນະວັດຕະກໍາ ແລະ ການຕໍ່ຍອດພະລັງຊີວິດຂອງນະວັດຕະກໍາ. ຄວາມໝັ້ນໃຈຂອງຈີນໃນການຊຸກຍູ້ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ແມ່ນມາຈາກປັດໄຈຕ່າງໆເຊັ່ນ: ລະບົບອຸດສາຫະກໍາທີ່ສົມບູນຄົບ ຖ້ວນ, ຕະຫຼາດຂະໜາດໃຫຍ່ພິເສດ, ສະພາບແວດລ້ອມນະວັດ ຕະກໍາທີ່ມີຄວາມຄຶກຄື້ນ ແລະອື່ນໆ. “ບົດລາຍງານກ່ຽວກັບດັດຊະນີນະວັດຕະກໍາທົ່ວໂລກປີ 2025” ສະແດງໃຫ້ເຫັນວ່າ: ຈີນໄດ້ກ້າວຂຶ້ນສູ່ 10 ປະເທດອັນດັບທໍາອິດຂອງໂລກ���ປັນເທື່ອ ທໍາອິດ, ຂະນະທີ່ຈໍານວນກຸ່ມອຸດສາຫະກໍາດ້ານນະວັດຕະກໍາຂອງຈີນໃນ 100 ກຸ່ມອຸດສາຫະກໍາດ້ານນະວັດຕະກໍາທີ່ເຂັ້ມແຂງໃນທົ່ວໂລກ ເປັນອັນດັບທີໜຶ່ງຂອງໂລກເປັນເວລາ 3 ປີລຽນຕິດ. ປີ 2025, ວິສາຫະກິດປັນຍາປະດິດຂອງຈີນມີຫຼາຍກວ່າ 6.000 ແຫ່ງ, ຂະນະທີ່ອຸດສາຫະກໍາສໍາຄັນຕົ້ນຕໍຄາດວ່າມີມຸນຄ່າຫຼາຍ ກວ່າ 1.200 ຕື້ຢວນ. ✅ ສໍາລັບວິສາຫະກິດຂອງປະເທດຕ່າງໆແລ້ວ, “ໂອກາດຈາກຈີນ 2.0” ຫຼື China opportunity 2.0 ໝາຍເຖິງການເພີ່ມຂີດຄວາມສາມາດໃຫ້ແກ່ການພັດທະນາດ້ວຍນະວັດຕະກໍາຢ່າງຮອບ ດ້ານ ແລະ ໂອກາດການລົງທຶນທີ່ໃຫ້ຜົນກໍາໄລສູງ. ໃນຊຸມປີມໍ່ໆມານີ້, ມີບໍລິສັດຂ້າມຊາດສ້າງຕັ້ງສູນຄົ້ນຄວ້າພັດທະນາ ແລະ ສໍານັກງານໃຫຍ່ປະຈໍາພາກພື້ນຢູ່ຈີນນັບມື້ຫຼາຍຂຶ້ນ ເຊິ່ງເຂົາເຈົ້າພວມຫັນປ່ຽນຈາກ “ການຜະລິດຢູ່ຈີນ” ໄປສູ່ “ການປະດິດສ້າງຢູ່ຈີນ”. ສໍາລັບການພັດທະນາຂອງໂລກແລ້ວ, “ໂອກາດຈາກຈີນ 2.0” ໝາຍເຖິງເຕັກໂນໂລຊີທັນສະໄໝທີ່ສາມາດເຂົ້າເຖິງໄດ້ ແລະ ການຮ່ວມກັນຊົມໃຊ້ຜົນສໍາເລັດທີ່ມີຜົນປະໂຫຍດຢ່າງທົ່ວເຖິງຫຼາຍກວ່າເກົ່າ. ຕົວຢ່າງ: ການທີ່ຈີນສົ່ງອອກລົດພະລັງງານໃໝ່, ໄຟຟ້າພະລັງງານ���ົມ ແລະ ພະລັງງານແສງຕາເວັນ ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນການຊຸກຍູ້ໃຫ້ຫຼາຍປະເທດບັນລຸການພັດ ທະນາແບບຍືນຍົງ. ນອກນີ້, ຈີນຍຶດໝັ້ນໃນນະວັດຕະກໍາແບບເປີດປະຕູສູ່ພາຍ ນອກ ເຮັດໃຫ້ຫຼາຍປະເທດໂດຍສະເພາະແມ່ນບັນດາປະເທດກໍາ ລັງພັດທະນາມີເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່ທີ່ສາມາດນໍາໃຊ້ໄດ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ ເຊິ່ງໄດ້ຊຸກຍູ້ການແກ້ໄຂຂໍ້ຫຍຸ້ງຍາກດ້ານການພັດທະນາສາກົນຕ່າງໆຢ່າງມີ���ະສິດທິຜົນ. ໃນອະນາຄົດ, ຈີນຈະເສີມຂະຫຍາຍທ່າແຮງດ້ານນະວັດຕະກໍາຢ່າງຕໍ່ເນື່ອງ, ທັບມ້າງຄວາມປິດກັ້ນດ້ວຍການເປີດປະຕູ ແລະ ກະ ຕຸ້ນແຮງຂັບເຄື່ອນດ້ວຍຕະຫຼາດຂະໜາດໃຫຍ່ ເຮັດໃຫ້ເຕັກໂນໂລຊີທີ່ກ້າວໜ້າອອກຈາກຫ້ອງທົດລອງ ແລະ ກ້າວສູ່ທົ່ວໂລກ. ຄວາມຈິງໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ: ສິ່ງທີ່ນະວັດຕະກໍາຂອງຈີນນໍາມາໃຫ້ແກ່ໂລກນັ້ນບໍ່ແມ່ນສິ່ງທ້າທາຍຫາກແມ່ນກາລະໂອກາດທີ່ດີທີ່ສຸດ. ທີ່ມາ: ວິເຄາະສະຖານະການ锐视评 #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
4 days ago
🔥🛑 ຜົນກວດສອບ ຂົວຫ້ວຍປະຊວນຫັກ ຍ້ອນໂຄງສ້າງຊຸດໂຊມ ແລະ ອາຍຸໃຊ້ງານກວ່າ 42 ປີ‼️ ——————————- ວັນທີ 25 ມິຖຸນາ 2026 ທ່ານ ບຸນໂຈມ ອຸບົນປະເສີດ ກຳມະ ການສູນກາງພັກ, ເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຈາກພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບຂົວຫ້ວຍປະຊວນ ຕາມເສັ້ນທາງເລກທີ 9 ເຂດບ້ານດົງ ເມືອງເຊໂປນ ຫຼັງຈາກຂາງຂົວໄດ້ຮັບຄວາມເປ່ເພ ແລະ ຫັກ ໃນວັນທີ 20 ມິຖຸນາ 2026. ຕາມການລາຍງານຂອງພະແນກໂຍທາທິການ ແລະ ຂົນສົ່ງ��ຂວງ ໃຫ້ຮູ້ວ່າ ສາເຫດຫຼັກທີ່ພາໃຫ້ຂາງຂົວຫັກ ໃນເວລາປະມານ 15:00 ໂມງ ຂອງວັນທີ 20 ມິຖຸນາ 2026 ແມ່ນເນື່ອງມາຈາກອາຍຸການໃຊ້ງານຂອງຂົວທີ່ຍາວນານກວ່າ 42 ປີ, ຂາດການບຳລຸງຮັກສາຢ່າງເປັນລະບົບ ແລະ ໂຄງສ້າງມີການຊຸ��ໂຊມສະສົມມາ ເປັນເວລາດົນ. ຜົນການສຳຫຼວດຮ່ວມກັບຊ່ຽວຊານຍີ່ປຸ່ນ ໃນປີ 2024 ແລະ ການປະເມີນດ້ານວິຊາການ ພົບວ່າ ຂາງຂົວເປັນເບຕົງເທກັບທີ່ (ບໍ່ແມ່ນເບຕົງອັດແຮງເຊັ່ນໃນປັດຈຸບັນ), ມີການແຕກຮ້າວຂອງເບຕົງ, ບາງຈຸດມີເຫຼັກໂຜ່ອອກ ແລະ ໝອນຂົວເກີດຄວາມ ເສຍຫາຍ. ຫຼັງຈາກການສຳຫຼວດໃນປີ 2024 ພົບຄວາມເປ່ເພແລ້ວ ແຕ່ຍັງບໍ່ທັນມີມາດຕະການຄວບຄຸມການນຳໃຊ້ຂົວຢ່າງເໝາະສົມ ເຊັ່ນ ການຈຳກັດນ້ຳໜັກລົດ ແລະ ຄວາມໄວ���ນການຜ່ານຂົວ ໃຫ້ສອດຄ່ອງກັບສະພາບການຮັບນ້ຳໜັກຂອງໂຄງສ້າງ. ສຳລັບມາດຕະການແກ້ໄຂສຸກເສີນ ຫຼັງຈາກໄດ້ຮັບແຈ້ງເຫດໃນວັນທີ 20 ມິຖຸນາ 2026, ຄະນະທີມງານພະແນກ ຍທຂ ແຂວງ ໄດ້ສົມທົບກັບບໍລິສັດກໍ່ສ້າງທາງເລກ 8 ຮີບຮ້ອນສ້າງທາງອ້ອມຊົ່ວຄາວ ໂດຍລະດົມກຳລັງຄົນ ແລະ ເຄື່ອງຈັກຢ່າງເຕັມທີ່. ມາຮອດຕອນເຊົ້າວັນທີ 22 ມິຖຸນາ 2026 ສາມາດເປີດໃຫ້ນຳໃຊ້ທາງອ້ອມໄດ້ ເພື່ອລະບາຍການສັນຈອນທີ່ຕິດຂັດ ແລະ ຮັບປະກັນການໄປ-ມາ���ອງປະຊາຊົນ ພ້ອມທັງການຂົນສົ່ງສິນຄ້າ ໃຫ້ສາມາດດຳເນີນຕໍ່��ປໄດ້ຊົ່ວຄາວ. ສຳລັບແຜນການແກ້ໄຂໃນໄລຍະຕໍ່ໄປ ເພື່ອຮັບປະກັນການສັນຈອນໃນລະດູຝົນນີ້, ພະແນກ ຍທຂ ຈະສົມທົບກັບບໍລິສັດກໍ່ສ້າງທາງເລກ 8 ເພື່ອສຶກສາການນຳຂາງເຫຼັກມາຕິດຕັ້ງທົດ ແທນເປັນການຊົ່ວຄາວ ກ່ອນດຳເນີນການສ້ອມແປງຢ່າງຖາວອນໂດຍໄວ. ທີ່ມາ: Media Laos #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
4 days ago
🔥🛑🇨🇳 ສານຈີນ ຕັດສິນປະຫານຊີວິດ ອະດີດເຈົ້າໜ້າທີ່ລັດ “ຊຽງໄຮ້” ຖານຮັບສິນບົນ ພ້ອມຍຶດຊັບສິນສ່ວນຕົວທັງໝົດ‼️ ———————————- ສຳນັກຂ່າວຊິນຫົວລາຍງານວ່າ: ວັນທີ 23 ມິຖຸນາ 2026 ສານປະຊາຊົນຂັ້ນກາງ ເມືອງໜານຊາງ, ແຂວງຈຽງຊີ ທາງພາກຕາເວັນອອກຂອງຈີນ ໄດ້ຕັດສິນປະຫານຊີວ���ດ ທ່ານ ຈູຈືຊົງ, ອະດີດເລຂາທິການຄະນະກຳມະການພັກກອມມູນິດຈີນ ປະຈຳເຂດໃ���່ຜູ່ຕົງ ໃນເທສະບານນະຄອນຊຽງໄຮ້ ຖານຮັບສິນບົນ ແຕ່ໃຫ້ໂຈະການປະຕິບັດໂທດເປັນເວລາ 2 ປີ, ພ້ອມທັງຕັດສິດທາງການເມືອງຕະຫລອດຊີວິດ ແລະ ຮິບຊັບສິນສ່ວນຕົວທັງໝົດ. ສານກວດພົບວ່າ ໃນລະຫວ່າງປີ 2003 ຫາ 2024, ທ່ານ ຈູຈືຊົງ ໄດ້ໃຊ້ຕຳແໜ່ງໜ້າທີ່ຂອງຕົນ ເພື່ອເອື້ອອຳນວຍຄວາມ ສະດວກ ແລະ ໃຫ້ການຊ່ວຍເຫລືອແກ່ໜ່ວຍງານ ແລະ ບຸກຄົນທີ່ກ່ຽວຂ້ອງໃນດ້ານຕ່າງໆ ເປັນຕົ້ນ: ການດຳເນີນທຸລະກິດ, ການ ຮັບເໝົາໂຄງການ ແລະ ການຈັດຫາ��ງິນກູ້ເພື່ອການລົງທຶນ ເພື່ອແລກປ່ຽນກັບການຮັບເງິນ ແລະ ຊັບສິນຢ່າງຜິດກົດໝາຍ ລວມມູນຄ່າທັງໝົດ 139 ລ້ານກວ່າຢວນ (ປະມານ 19 ລ້ານໂດລາສະຫະລັດ). ການຮັບສິນບົນຂອງທ່ານ ຈູຈືຊົງ ນັ້ນ, ຖືວ່າມີມູນ ຄ່າສູງເປັນພິເສດ ແລະ ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ຜົນປະ ໂຫຍດຂອງປະເທດ ແລະ ປະຊາຊົນ ເຊິ່ງຕາມຫລັກການແລ້ວ ການກະທຳນີ້ສົມຄວນໄດ້ຮັບໂທດປະຫານຊີວິດ. ແນວໃດກໍຕາມ, ທ່ານ ຈູຈືຊົງ ໄດ້ໃຫ້ການຮັບສາລະພາບຄວາມຜິດ ໂ��ຍເປີດເຜີຍຂໍ້ເທັດຈິງກ່ຽວກັບການກະທຳຜິດ ທີ່ໜ່ວຍງານກວດກາຍັງບໍ່ທັນຮັບຮູ້ ພາຍຫລັງທີ່ຖືກ��ວບຄຸມຕົວ, ອີກທັງຍັງຍອມຮັບຜິດ, ສະແດງຄວາມສຳນຶກຜິດ ພ້ອມສົ່ງຄືນຊັບສິນທີ່ໄດ້ມາຢ່າງຜິດກົດໝາຍ ສານຈຶ່ງໄດ້ຕັດສິນຜ່ອນຜັນໂທດ (ໂດຍການໂຈະການປະຕິບັດໂທດປະຫານຊີວິດໄວ້ 2 ປີ). #NoOneKnowບໍ່ມີໃຜຮູ້
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
4 days ago
🔥🛑 ຈັບຫນຸ່ມລາວຂົນຢາຂ້າມນໍ້າຂອງເຂດນະຄອນພະນົມ ພ້ອມຍຶດຢາ 2 ເປົາ ເທົ່າກັບ 5 ແສນກວ່າເມັດ; ມານໍາກັນ 3 ຄົນ ອີກ 2 ຄົນແມ່ນໂດດນໍ້າຂອງໜີໄດ້ (ຄືນວັນທີ 24/6/2026). ທີ່ມາ: CIA ประเทศไทย
#NoOneKnowບໍ່ມີໃຜຮູ້
No One Know ~ ບໍ່ມີໃຜຮູ້
@peterrabbit85
4 days ago
🔥🛑😭ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຄອບຄົວຜູ້ເສຍຊີວິດ ຈາກເຫດການ ລົດກະບະວີໂກ້ ຂ້າມເລນຕຳສອງແມ່ລູກເສຍຊີວິດຄາທີ່ ຢູ່ເມືອ��ໄຊ ແຂວງອຸດົມໄຊ 🖤🤍🇱🇦 ————————————— ເຫດເກີດເມື່ອ ເວລາ 06 ໂມງ 40 ນາທີ, ຂອງວັນທີ 25/06/2026 ຢູ່ເສັ້ນທາງ 13 N, (4 ແຍກຫລັກ 0 ບ້ານເຈງ ) ເມືອງໄຊ ແຂວງອຸດົມໄຊ. 📍ຈຸດເກີດເຫດ ພົບ ລົດກະບະໂຕໂຢຕ້າວີໂກ້ທະບຽນ 1474 ກໍາແພງນະຄອນ ເຊິ່ງຂັບຂີ່ໂດຍທ້າວ ມາ ອາຍຸ 34 ປີ, ສັນຊາດລາວ, ຊົນເຜົ່າມົ້ງ, ອາຊີບປະຊາຊົນ, ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ. ມາຮອດຈຸດເກີດເຫດ ເກີດລົດເສຍຫລັກເຮັດໃຫ້ລົດຂ້າມເລນໄປເບື້ອງກົງກັນຂ້າມ ( ສວນເລນ ) ແລ້ວໄປຕຳກັບລົດຈັກຍີ່ຫໍ້ຮອນດ້າ ສີຫມາກຄໍ້,ທະບຽນ ຈສ 7489 ອຸດົມໄຊ ທີ່ສອງແມ່ລູກກຳລັງຂັບຂີ່ລົດຈັກມາເບື້ອງກົງກັນຂ້າມເຮັດໃຫ້ເສຍຊີວິດຄາທີ່.ຊາບຊື່ຜູ້ເສຍຊີວິດຄື: ນາງ ພິລາ ອາຍຸ 34 ປີ, ສັນຊາດ ລາວ, ຊົນເຜົ່າ ລາວ, ອາຊີບປະຊາຊົນ ຢູ່ບ້ານໃໝ່ ເມືອງ ໄຊ ແຂວງ ແລະ ຜູ້ຊ້ອນທ້າຍ ຊື່ ນາງ. ວິນັດ( ລູກສາວ ) ອາຍຸ 3 ປີ, ສັນຊາດ ລາວ, ຊົນເຜົ່າ ລາວ, ບ້ານໃໝ່, ເມືອງ ໄຊ ແຂວງ ອຸດົມໄຊ. ຜົນເສຍຫາຍ: ພາຫະນະເປ່ເພ ທັງ 02 ຄັນ, ເສຍຊີວິດ 02 ຄົນ. ປະຈຸບັນ ເຈົ້າຫນ້າທີ່ຕໍາຫຼວດກໍາລັງສືບສວນ-ສອບສວນຫາສາເຫດທີ່ພາໃຫ້ເກີດອຸປະຕິເຫດໃນຄັ້ງນີ້. ທີ່ມາ: ປກສ ແຂວງອຸດົມໄຊ #NoOneKnowບໍ່ມີໃຜຮູ້ #ອຸບັດຕິເຫດ
See More
No One Know ~ ບໍ່ມີໃຜຮູ້
@peterrabbit85
4 days ago
🔥🛑😭ລົດກະບະວີໂກ້ ຂ້າມເລນຕຳສອງແມ່ລູກເສຍຊີວິດຄາທີ່❗️ ————————————— ເຫດເກີດເມື່ອ ເວລາ 06 ໂມງ 40 ນາທີ, ຂອງວັນທີ 25/06/2026 ຢູ່ເສັ້ນທາງ 13 N, (4 ແຍກຫລັກ 0 ບ້ານເຈງ ) ເມືອງໄຊ ແຂວງອຸດົມໄຊ. 📍ຈຸດເກີດເຫດ ພົບ ລົດກະບະໂຕໂຢຕ້າວີໂກ້ທະບຽນ 1474 ກໍາແພງນະຄອນ ເຊິ່ງຂັບຂີ່ໂດຍທ້າວ ມາ ອາຍຸ 34 ປີ, ສັນຊາດລາວ, ຊົນເຜົ່າມົ້ງ, ອາຊີບປະຊາຊົນ, ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ. ມາຮອດຈຸດເກີດເຫດ ເກີດລົດເສຍຫລັກເຮັດໃຫ້ລົດຂ້າມເລນໄປເບື້ອງກົງກັນຂ້າມ ( ສວນເລນ ) ແລ້ວໄປຕຳກັບລົດຈັກຍີ່ຫໍ້ຮອນດ້າ ສີຫມາກຄໍ້,ທະບຽນ ຈສ 7489 ອຸດົມໄຊ ທີ່ສອງແມ່ລູກກຳລັງຂັບຂີ່ລົດຈັກມາເບື້ອງກົງກັນຂ້າມເຮັດໃຫ້ເສຍຊີວິດຄາທີ່.ຊາບຊື່ຜູ້ເສຍຊີວິດຄື: ນາງ ພິລາ ອາຍຸ 34 ປີ, ສັນຊາດ ລາວ, ຊົນເຜົ່າ ລາວ, ອາຊີບປະຊາຊົນ ຢູ່ບ້ານໃໝ່ ເມືອງ ໄຊ ແຂວງ ແລະ ຜູ້ຊ້ອນທ້າຍ ຊື່ ນາງ. ວິນັດ( ລູກສາວ ) ອາຍຸ 3 ປີ, ສັນຊາດ ລາວ, ຊົນເຜົ່າ ລາວ, ບ້ານໃໝ່, ເມືອງ ໄຊ ແຂວງ ອຸດົມໄຊ. ຜົນເສຍຫາຍ: ພາຫະນະເປ່ເພ ທັງ 02 ຄັນ, ເສຍຊີວິດ 02 ຄົນ. ປະຈຸບັນ ເຈົ້າຫນ້າທີ່ຕໍາຫຼວດກໍາລັງສືບສວນ-ສອບສວນຫາສາເຫດທີ່ພາໃຫ້ເກີດອຸປະຕິເຫດໃນຄັ້ງນີ້. ທີ່ມາ: ປກສ ແຂວງອຸດົມໄຊ #NoOneKnowບໍ່ມີໃຜຮູ້ #ອຸບັດຕິເຫດ
See More
peterrabbit85's tweet video.
No One Know ~ ບໍ່ມີໃຜຮູ້
@peterrabbit85
4 days ago
🔥🛑 ເກີດເຫດແຜ່ນດິນໄຫວຂະໜາດ 7,2 ຣິກເຕີ ໃນປະເທດເວເນຊູເອລາ 🇻🇪 ເສຍຊີວິດແລ້ວ 32 ຄົນ ��️ ————————————— ເວລາ 06:15 ນາທີ (ຕາມເວລາປະເທດລາວ) ວັນທີ 25 ມິຖຸນາ 2026 ເກີດເຫດແຜ່ນດິນໄຫວຮຸນແຮງທາງພາກຕາເວັນຕົກຂອງເມືອງຫລວງ ປະເທດເວເນຊູເອລາ ເຮັດໃຫ້ອາຄານບ້ານເຮືອນໃນກຸງກາຣາກັດ ຖະຫລົ່ມເປ່ເພ ຈຳນວນຫລາຍ ແລະ ເກີດຄວາມເສຍຫາຍເປັນວົງກວ້າງ ແລະ ຄາດວ່າຈະມີຜູ້ເສຍຊີວິດເປັນຈຳນວນຫລາຍ. 🔥 ຕາມຂໍ້ມູນເບື້ອງຕົ້ນ, ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດແລ້ວ 32 ຄົນ ແລະ ບາດເຈັບ 700 ກວ່າຄົນ. Cr. China Daily #NoOneKnowບໍ່ມີໃຜຮູ້ #ແຜ່ນດິນໄຫວ
See More
Last Seen Users on Sotwe
FEYZA AKTAN
Seen from
United States
Sex Korea
Seen from
Turkey
Alejandra
Seen from
Mexico
母狗俱乐部
Suka celana tipis
Seen from
Indonesia
JPNXV
Seen from
Indonesia
庸人自扰
Seen from
United States
中川弘一
Seen from
Japan
Md Faruk
Yaoi
Seen from
United Kingdom
Trends for you
1
Election Day
Under 10K tweets
2
Roberts
Under 10K tweets
3
Chris Johnson
Under 10K tweets
4
LeBron
Under 10K tweets
5
#yilongma
Under 10K tweets
6
Malik Beasley
Under 10K tweets
7
Federal Reserve
Under 10K tweets
8
Humphrey's Executor
Under 10K tweets
9
Father Time
Under 10K tweets
10
Maresca
Under 10K tweets
Most Popular Users
1
Elon Musk
@elonmusk
240.6M followers
2
Barack Obama
@barackobama
119.2M followers
3
Donald J. Trump
@realdonaldtrump
111.7M followers
4
Cristiano Ronaldo
@cristiano
110.5M followers
5
Narendra Modi
@narendramodi
107M followers
6
Rihanna
@rihanna
97.6M followers
7
NASA
@nasa
92.2M followers
8
Justin Bieber
@justinbieber
90.9M followers
9
KATY PERRY
@katyperry
87.6M followers
10
Taylor Swift
@taylorswift13
81.5M followers
11
Lady Gaga
@ladygaga
73M followers
12
Virat Kohli
@imvkohli
69.8M followers
13
Kim Kardashian
@kimkardashian
69.8M followers
14
YouTube
@youtube
68.7M followers
15
Bill Gates
@billgates
63.9M followers
16
Neymar Jr
@neymarjr
62.5M followers
17
The Ellen Show
@theellenshow
62.4M followers
18
CNN
@cnn
61.9M followers
19
X
@x
60.8M followers
20
Selena Gomez
@selenagomez
60.7M followers
Olivia
Online
✨
⭐
💫